current location : Lyricf.com
/
Songs
/
ຈຳປາເມືອງລາວ [English translation]
ຈຳປາເມືອງລາວ [English translation]
turnover time:2024-10-05 21:15:25
ຈຳປາເມືອງລາວ [English translation]

ໂອ ດວງຈຳປາເວລາຊົມດອກ

ນຶກເຫັນພັນຊອງມອງເຫັນຫົວໃຈ

ເຮົານຶກຂື້ນໄດ້ໃນກິນເຈົ້າຫອມ

ເປັນສວນດອກໄມ້ບີດາປູກໄວ້ຕັ້ງແຕ່ນານມາ

ເວລາຫງ່ວມເຫງົາເຈົ້າຊ່ວຍບັນເທົາເຮົາຫາຍໂສກ­າ

ເຈົ້າດວງຈຳປາຄູ່ຄຽງເຮົາມາແຕ່ຍາມນ້ອຍ ເອີຍ...

ກິນເຈົ້າສຳຄັນຕິດພັນຫົວໃຈ

ເປັນໜ້າຮັກໄຄ່ແພງໄວ້ເຊີຍຊົມ

ຍາມເຫງົາເຮົາດົມ ໂອ ຈຳປາຫອມ

ເມື່ອດົມກຶ່ນເຈົ້າປານພົບຊູ້ເກົ່າທີ່ພາກຈາກໄ­ປ

ເຈົ້າເປັນດອກໄມ້ທີ່ງາມວິໄລຕັ້ງແຕ່ໄດມາ

ເຈົ້າດວງຈຳປາມາລາຂວັນຮັກຂອງຮຽມນີ້ເອີຍ

ໂອ ດວງຈຳປາ ບຸບຜາເມືອງລາວ

ງາມດັ່ງດວງລາວ ຊາວລາວເພິ່ງໃຈ

ເກີດຢູ່ພາຍໃນແດນດິນລ້ານຊ້າງ

ຖ້າໄດ້ພັດພາກເນລະເທດຈາກບ້ານເກີດເມືອງນອນ

ຮຽມຈະເອົາເຈົ້າເປັນຄູ່ຮ່ວມເຫງົາເທົ່າສິ້ນຊ­ີວາ

ເຈົ້າດວງຈຳປາມາລາງາມຍິ່ງມິ່ງເມືອງລາວເອີຍ

ໂອ ດວງຈຳປາ ບຸບຜາເມືອງລາວ

ງາມດັ່ງດວງລາວ ຊາວລາວເພິ່ງໃຈ

ເກີດຢູ່ພາຍໃນແດນດິນລ້ານຊ້າງ

ຖ້າໄດ້ພັດພາກເນລະເທດຈາກບ້ານເກີດເມືອງນອນ

ຮຽມຈະເອົາເຈົ້າເປັນຄູ່ຮ່ວມເຫງົາເທົ່າສິ້ນຊ­ີວາ

ເຈົ້າດວງຈຳປາມາລາງາມຍິ່ງມິ່ງເມືອງລາວເອີຍ

Comments
Welcome to Lyricf comments! Please keep conversations courteous and on-topic. To fosterproductive and respectful conversations, you may see comments from our Community Managers.
Sign up to post
Sort by